ໃນຕອນບ່າຍຂອງວັນທີ 08 ມິຖຸນາ 2026 ເວລາ 13:30 ໂມງ, ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05 ຂອງອົງການກວດສອບປະຈຳພາກກາງ 1 ໄດ້ມີພິທີເປີດຊຸດຝຶກອົບຮົມ ນັກກວດສອບແຫ່ງລັດ ຂັ້ນ 1 ຊຸດທີ 8 ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ໂພສີ ຈັນມິ່ງ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ມີຄະນະຮັບຜິດຊອບ, ວິທະຍາກອນ ພ້ອມດ້ວຍພະນັກງານທີ່ຜ່ານການຄັດເລືອກເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 20 ທ່ານ.
ຊຸດຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນໃຫ້ແກ່ພະນັກງານ ທີ່ຜ່ານການຄັດເລືອກ ແລະ ສອບເສັງຜ່ານ ເພື່ອເຂົ້າຮ່ວມກໍ່ສ້າງຕາມຫຼັກສູດນັກກວດສອບແຫ່ງລັດ ໂດຍມີນັກສໍາມະນາກອນ ທັງໝົດ 36 ທ່ານ, ຍິງ 15 ທ່ານ. ໃນນັ້ນ, ມາຈາກອົງການກວດສອບແຫ່ງລັດສູນກາງ ຈຳນວນ 17 ທ່ານ, ອົງການກວດສອບປະຈຳພາກໃຕ້ ຈຳນວນ 4 ທ່ານ, ພາກເໜືອ 2 ຈຳນວນ 4 ທ່ານ, ອົງການກວດສອບປະຈຳພາກກາງ 1 ຈໍານວນ 4 ທ່ານ ແລະ ອົງການກວດສອບປະຈຳພາກກາງ 2 ຈໍານວນ 3 ທ່ານ ເຊິ່ງຈະໃຊ້ເວລາໃນການ ຝຶກອົບຮົມຮ່ວມກັນທັງໝົດ 35 ວັນ.
ໃນພິທີດັ່ງກ່າວ, ທ່ານ ຮສ.ປອ ໂພສີ ຈັນມິ່ງ ໄດ້ມີຄຳເຫັນໂອ້ລົມໂດຍເນັ້ນໜັກວ່າ: ການຝຶກອົບຮົມນັກກວດສອບແຫ່ງລັດ ຂັ້ນ 1 ແມ່ນມີຄວາມສຳຄັນຍຸດທະສາດ ຕໍ່ການພັດທະນາຊັບພະຍາກອນມະນຸດ ຂອງອົງການກວດສອບແຫ່ງລັດ ໂດຍສະເພາະ ແມ່ນການຍົກລະດັບດ້ານວິຊາສະເພາະ ເພື່ອສ້າງນັກກວດສອບແຫ່ງລັດ ຂັ້ນ 1 ຊຸດທີ 8 ໃຫ້ມີຄວາມໜັກແໜ້ນ ທາງດ້ານຄວາມຮູ້, ຄວາມສາມາດ, ທັກສະ ແລະ ຄວາມຊຳນານວຽກງານ ກ້າວໄປສູ່ການເປັນມືອາຊີບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ທັງຍົກສູງປະສິດທິພາບ, ປະສິດທິຜົນ ພ້ອມທັງສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈໃຫ້ແກ່ປະຊາຊົນ.
ຕະຫຼອດໄລຍະ ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມ ຈະໄດ້ຄົ້ນຄວ້າຮ່ຳຮຽນທັງໝົດ 11 ວິຊາ ທີ່ນອນຢູ່ໃນ 2 ກຸ່ມວິຊາຫຼັກ ເປັນຕົ້ນແມ່ນ ຄວາມຮູ້ພື້ນຖານກ່ຽວກັບຂະແໜງຄຸ້ມຄອງຕ່າງໆ ທີ່ຕິດພັນກັບວຽກງານການກວດສອບຂອງ 4 ກົມວິຊາສະເພາະ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານກວດສອບ ແລະ ດ້ານຈັນຍາບັນຂອງນັກກວດສອບ. ໃນນັ້ນ, ວິຊາການຄຸ້ມຄອງງົບປະມານແຫ່ງລັດ ແມ່ນໄດ້ຮັບກຽດຈາກວິທະຍາກອນ ສະຖາບັນເສດຖະກິດ-ການເງິນ ພ້ອມດ້ວຍຜູ້ບັນຍາຍທີ່ມີປະສົບການສູງ ຈາກຄະນະກົມວິຊາສະເພາະ ແລະ ຄູອາຈານ ຈາກສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ທີ່ຈະມາຖ່າຍທອດຄວາມຮູ້ ແລະ ປະສົບການຕົວຈິງ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ບັນດານັກສຳມະນາກອນ ແລະ ວິທະຍາກອນ ຕັ້ງໜ້າປະຕິບັດໜ້າທີ່ ຂອງຕົນໃຫ້ປະສົບຜົນສຳເລັດຕາມຄາດໝາຍ. ພ້ອມທັງເນັ້ນໜັກວ່າ: ກ່ອນຈະໄດ້ຮັບໃບຢັ້ງຢືນ ແລະ ໄດ້ຮັບບັດເປັນ "ນັກກວດສອບແຫ່ງລັດ ຂັ້ນ 1" ຢ່າງສົມບູນ, ຜູ້ເຂົ້າຮ່ວມທຸກທ່ານຕ້ອງຜ່ານເງື່ອນໄຂ ທີ່ເຂັ້ມງວດ ເປັນຕົ້ນ ຕ້ອງຜ່ານການປະເມີນ ແລະ ສອບເສັງພາກທິດສະດີ, ຜ່ານການລົງເຄື່ອນໄຫວກວດສອບຕົວຈິງພາກສະໜາມ ແລະ ຜ່ານການປະເມີນ ຈາກຄະນະຮັບຜິດຊອບຂອງສະຖາບັນ ແລະ ຄະນະນຳແຕ່ລະພາກສ່ວນຕາມຂັ້ນຕອນ ພ້ອມທັງຮຽກຮ້ອງໃຫ້ນັກສຳມະນາກອນທຸກທ່ານ ຍົກສູງຄວາມເປັນເຈົ້າການ, ເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເພື່ອໃຫ້ນຳໄປພັດທະນາ ແລະ ຕໍ່ຍອດເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຜົນສຳເລັດດີຍິ່ງໆຂຶ້ນ.
ຮູບພາບ: ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ